Pasaxon · pasaxon.org.la ↗ເກັບກຳ · 2026-09-12ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ນາງ ລີປາເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິ ລາ ນະຄອນຫຼວງວຽງຈັນ (ນວ) ຜູ້ເກົ່າ ແລະ ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ຜູ້ໃໝ່ ຈັດຂຶ້ນໃນວັນທີ 31 ສິງຫາຜ່ານມາ ທີ່ໂຮງຮຽນມັດທະຍົມສົມບູນ (ມສ) ວຽງຈັນ ມີທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ ພ້ອມດ້ວຍພ
Pasaxon · pasaxon.org.la ↗ເກັບກຳ · 2026-09-12ນັກກິລາລອຍນໍ້າ ຍິງ-ຊາຍ ຂອງສະຫະພັນລອຍນໍ້ານະຄອນຫຼວງວຽງຈັນ(ນວ) ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດໄດ້10 ຫຼຽນຄຳ 18 ຫຼຽນເງິນ 24 ຫຼຽນທອງ ໃນການແຂ່ງຂັນລອຍນໍ້າຊີງແຊັມນາໆຊາດ ລາຍການ AOSI Swimming Championship Bangkok 2026 ຈັດຂຶ້ນວັນທີ 29-30 ສິງຫາ 2026 ຢູ່ນະຄອນ ຫຼວງບາງກອກ ປະເທດໄທ.
Pasaxon · pasaxon.org.la ↗ເກັບກຳ · 2026-09-12ໃນວັນທີ 31 ສິງຫາ 2026 ນີ້, ຢູ່ທີ່ຫໍປະຊຸມບ້ານນໍ້າເຕົ່າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບສັງກະສີ ເພື່ອສ້ອມແປງຫຼັງຄາໂຮງຮຽນປະຖົມບ້ານນໍ້າເຕົ່າ ທີ່ສະພາບຊຸດໂຊມ. ມອບໂດຍ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີຄະນະກຳມະການປົກຄອງຕາແສງປາກແຄມ, ຕາງໜ້າຫ້ອງການທີ່ກ່ຽວຂ້ອງ, ອົງການປົກຄອງບ
Pasaxon · pasaxon.org.la ↗ເກັບກຳ · 2026-09-12ໃນວັນທີ 4 ກັນຍາ 2026 ນີ້ ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ບ້ານສົບແວກເມືອງແອດແຂວງຫົວພັນ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ຫຼັງໃໝ່ ຢ່າງເປັນທາງການ ຫຼັງຈາກການກໍ່ສ້າງສຳເລັດ 100%, ໂດຍມີ ທ່ານ ວົງໄຊ ຍະສິງທອນກຳມະການພັກແຂວງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ທ່ານ ນາງ
KPL Lao News Agency · kpl.gov.la ↗ເກັບກຳ · 2026-09-12ຫນ້າທຳອິດ ສຶກສາ-ກິລາ ປະກາດສ້າງຕັ້ງ ໂຮງຮຽນມັດຖະຍົມຕອນຕົ້ນສົງ ເມືອງເງິນ 07/09/2026 18:09 Email Print 578 ຂປລ ພິທີປະກາດສ້າງຕັ້ງ ໂຮງຮຽນມັດທະຍົມຕົ້ນສົງ ເມືອງເງິນ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 3 ກັນຍາ 2026 ຢູ່ວັດສະຫຼີດອນແກ້ວ ບ້ານແກ້ວດອນຄູນ ເມືອງເງິນ ແຂວງໄຊຍະບູລີ ໂດຍມີພະອາຈານໃຫຍ່ ພັນທອງ ໂພມີໄຊ ຄະນະປະຈຳສູນກາງ
Pasaxon · pasaxon.org.la ↗ເກັບກຳ · 2026-09-12ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກັນຍາ ຜ່ານມາວ່າ: ບໍລິສັດ JLL ຊຶ່ງເປັນບໍລິສັດຄຸ້ມຄອງຊັບສິນຊັ້ນນໍາຂອງໂລກ, ຄາດຄະເນວ່າຄວາມຕ້ອງການພະລັງງານໄຟຟ້າຂອງສູນຂໍ້ມູນໃນພາກພື້ນອາຊີປາຊີຟິກຈະບັນລຸ 57 ກິກະວັດພາຍໃນປີ 2030, ເພີ່ມຂຶ້ນເກືອບສອງເທົ່າຈາກ 32 ກິກະວັດໃນປັດຈຸບັນ. ຍ້ອນການຂະຫຍາຍຕົວຂອງລະບົບການປະມວນຜົນແບບຄລາວຂະໜາດ
Pasaxon · pasaxon.org.la ↗ເກັບກຳ · 2026-09-12ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ ລາຍງານວ່າ, ໃນວັນທີ 3 ກັນຍາ ຜ່ານມາ ສະຫະລັດ ອາເມຣິກາ ໄດ້ກວດພົບພະຍາດ ໝາກແດງ 3,134 ກໍລະນີໃນປີ 2026. ໂຕເລກນີ້ເກີນກວ່າກໍລະນີທີ່ຢືນຢັນທັງໝົດຂອງປີ 2025 (2,289) ແລະ ເປັນຈຳນວນສູງສຸດປະຈຳປີນັບຕັ້ງແຕ່ປີ 1991. ໂດຍຄົນເ
Pasaxon · pasaxon.org.la ↗ເກັບກຳ · 2026-09-12ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນທີ 7 ກັນຍາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປ ເພີ່ມຂຶ້ນ 1.5% ໃນເດືອນກໍລະກົດ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ຊຶ່ງຊ້າລົງຈາກການເຕີບໂຕ 4% ໃນເດືອນມິຖຸນາ.
Pasaxon · pasaxon.org.la ↗ເກັບກຳ · 2026-09-12ເລີ່ມແຕ່ກຳເນີດຂຶ້ນຈາກໃບຂ່າວ, ໃບປິວ ໃນຊຸມປີ 40 ໜັງສຶພິມປະຊາຊົນ ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນຂັ້ນໆມາຕາມການເຕີບໃຫຍ່ ຂອງການປະຕິວັດລາວ. ໃນປະຈຸບັນພວມສືບຕໍ່ຂະຫຍາຍມູນເຊື້ອ ແລະ ພາລະບົດບາດເປັນ ສຽງຂອງສູນກາງພັກ ປະຊາຊົນ ປະຕິວັດລາວ ຕັ້ງໜ້າປະກອບສ່ວນເຂົ້າໃນການຮັບໃຊ້ພາລະກິດປ່ຽນແປງໃໝ່ຮອບດ້ານຂອງພັກ, ສ້າງຄວາມເຊື່ອໝັ້ນ ແລະ ກ
Pasaxon · pasaxon.org.la ↗ເກັບກຳ · 2026-09-12ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 3 ກັນຍາ ຜ່ານມາວ່າ: ໃນຊຸມປີມານີ້, ແບຣນ (ຍີ່ຫໍ້) ເຄື່ອງສຳອາງຂອງຈີນໄດ້ເຂົ້າມາຢູ່ໃນກະເປົາເຄື່ອງສຳອາງຂອງຜູ້ບໍລິໂພກໃນອາຊຽນເພີ່ມຂຶ້ນຢ່າງຫຼວງຫຼາຍ. ຈາກຜະລິດຕະພັນທີ່ເປັນກະແສໄວຣັລຈາກການຂາຍຜ່ານການຖ່າຍທອດສົດ ຈົນເຖິງຮ້ານຈຳໜ່າຍໃນສູນການຄ້າ, ຜະລິດຕະພັນເຄື່ອງສຳອາງຂອງຈີນກຳລັງມີຊື່ສຽງຫຼາ
Pasaxon · pasaxon.org.la ↗ເກັບກຳ · 2026-09-12ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 6 ກັນຍາ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ມິນອອງລາຍ ປະທານາທິບໍດີ ມຽນມາ ແລະ ທ່ານ ຫງວຽນວັນທັງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ມຽນມາ-ຫວຽດນາມ.
Pasaxon · pasaxon.org.la ↗ເກັບກຳ · 2026-09-12ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ຈາກຂໍ້ມູນໃນກອງປະຊຸມການຄ້າທັນຍາຫານຈີນ ຄັ້ງທີ 8 ທີ່ຈັດຂຶ້ນວັນທີ 5 ກັນຍາ ຜ່ານມາ ຢູ່ນະຄອນຊາງຊ່າ ແຂວງຫູໜານ ໃຫ້ຮູ້ວ່າ: ນັບມາຮອດປັດຈຸບັນ, ວິສາຫະກິດທັນຍາຫານຂອງຈີນມີເຖິງ 24,000 ແຫ່ງ, ບັນລຸຍອດມູນຄ່
Pasaxon · pasaxon.org.la ↗ເກັບກຳ · 2026-09-12ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ຕຳຫຼວດອິນໂດເນເຊຍໄດ້ລາຍງານການທຳລາຍເຄືອຂ່າຍການພະນັນອອນລາຍທີ່ດຳເນີນງານຜ່ານເວັບໄຊທີ່ຄວບຄຸມຈາກຕ່າງປະເທດ 3 ແຫ່ງ ຊຶ່ງສ້າງລາຍຮັບໄດ້ເຖິງ 1 ພັນຕື້ຣູເປຍ (ສະກຸນເງິນອິນໂດເນເຊຍ) ຕໍ່ປີ ແລະ ຈັບກຸມຜູ້ຕ້ອງສົງໄສ 5 ຄົນ.
Pasaxon · pasaxon.org.la ↗ເກັບກຳ · 2026-09-12ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 6 ກັນຍາ ຜ່ານມາວ່າ: ສື່ມວນຊົນເນປານລາຍງານວ່າ, ທີມກູ້ໄພໄດ້ຊ່ວຍຊີວິດແມ່ຍິງເນປານອາຍຸ 64 ປີຄົນໜຶ່ງທີ່ຍັງມີຊີວິດຢູ່ໃນເມືອງນູວາໂກ ຫຼັງຈາກເກີດເຫດດິນເຈື່ອນຮຸນແຮງໃນວັນທີ 26 ສິງຫາ ຜ່ານມາ ແລະ ຖືກນຳສົ່ງໄປຮັບການປິ່ນປົວຢູ່ນະຄອນຫຼວງກາດມານດູ.
Pasaxon · pasaxon.org.la ↗ເກັບກຳ · 2026-09-12ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 7 ກັນຍາ ຜ່ານມາວ່າ: ພະແນກການເງິນ ນະຄອນໂຮ່ຈິມິນ ລາຍງານວ່າ, ໃນ 8 ເດືອນຕົ້ນປີ 2026 ນະຄອນໂຮ່ຈິມິນ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) 10 ຕື້ກວ່າໂດລາ, ເທົ່າກັບ 91.5% ຂອງແຜນການໝົດປີ.
Pasaxon · pasaxon.org.la ↗ເກັບກຳ · 2026-09-12ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານຫວ່າງມໍ່ໆມານີ້ວ່າ: ຂໍ້ມູນຫຼ້າສຸດຈາກກົມພະລັງງານແຫ່ງຊາດຈີນສະແດງໃຫ້ເຫັນວ່າ, ນັບມາຮອດທ້າຍເດືອນກໍລະກົດປີນີ້ ກຳລັງຕິດຕັ້ງໄຟຟ້າແສງຕາເວັນໃນທົ່ວປະເທດຈີນບັນລຸເຖິງ 1,286 ຕື້ກິໂລວັດ, ລື່ນກາຍໄຟຟ້າຖ່ານຫີນເປັນຄັ້ງທຳອິດ, ກາຍເປັ
Pasaxon · pasaxon.org.la ↗ເກັບກຳ · 2026-09-12ຂ່າວຕ່າງປະເທດລາຍງານໃນວັນທີ 7 ກັນຍາ ຜ່ານມາວ່າ: ມາເລເຊຍ ໄດ້ຍົກເລີກສະຖານະການສຸກເສີນໃນເມືອງເຊຣຽນ ລັດຊາຣາວັກ ຫຼັງຈາກລະດັບມົນລະພິດທາງອາກາດຫຼຸດລົງຕໍ່າກວ່າລະດັບອັນຕະລາຍ. ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ເຕືອນວ່າສະຖານະການໝອກຄວັນຍັງບໍ່ທັນດີຂຶ້ນ ແລະ ຄຸນນະພາບອາກາດຍັງຄົງບໍ່ດີຕໍ່ສຸຂະພາບໃນຫຼາຍພື້ນທີ່.
Pasaxon · pasaxon.org.la ↗ເກັບກຳ · 2026-09-12ຂ່າວຕ່າງປະເທດລາຍງານໃນວັນທີ 7 ກັນຍາ ຜ່ານມາວ່າ: ເສດຖະກິດຂອງ ສ ເກົາຫຼີ ຍັງສືບຕໍ່ຟື້ນຕົວ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການສົ່ງອອກ ແລະ ການລົງທຶນທີ່ກ່ຽວຂ້ອງກັບພື້ນຖານໂຄງລ່າງປັນຍາປະດິດ (AI) ທັງພາຍໃນ ແລະ ຕ່າງປະເທດ, ເຖິງວ່າຈະມີຄວາມບໍ່ແນ່ນອນຈາກຂໍ້ຂັດແຍ່ງໃນຕາເວັນອອກກາງ.
Pasaxon · pasaxon.org.la ↗ເກັບກຳ · 2026-09-12ໃນວັນທີ 30 ສິງຫາ 2026, ເຂດທົດລອງການຄ້າເສລີ ຄຸນໝິງ (ຢຸນນານ) ຈີນ (ຕໍ່ໄປນີ້ຈະເອີ້ນວ່າ "ເຂດການຄ້າເສລີ ຄຸນໝິງ") ຈະຄົບຮອບ 7 ປີ ນັບຕັ້ງແຕ່ການເປີດນຳໃຊ້.
Pasaxon · pasaxon.org.la ↗ເກັບກຳ · 2026-09-12ໃນວັນທີ 26 ສິງຫາ ຜ່ານມາ, ລານນ້ຳກ້າມຢູ່ເທິງພູທາງພາກເໜືອຂອງເນປານໄດ້ພັງທະລາຍເຮັດໃຫ້ກະແສນ້ຳພັດເອົາດິນຊາຍ, ຂີ້ຕົມ ແລະ ກ້ອນຫີນໃຫຍ່ປະສົມກັນໄຫຼລົງມາ, ພາຍໃນເວລາພຽງ 7 ນາທີເທົ່ານັ້ນໄດ້ເຄື່ອນໄຫວໄລຍະຫຼາຍກວ່າ 20 ກິໂລແມັດ, ຂ້າມຊາຍແດນຜ່ານເຂົ້າໄປ, ເຮັດໃຫ້ດ່ານຊາຍແດນກີຣົງລະຫວ່າງຈີນ-ເນປານ