Pasaxon · pasaxon.org.la ↗ເກັບກຳ · 2026-09-12ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນທີ 7 ກັນຍາ ຜ່ານມາວ່າ, ຍອດຂາຍຍ່ອຍຂອງສິງກະໂປ ເພີ່ມຂຶ້ນ 1.5% ໃນເດືອນກໍລະກົດ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ ຊຶ່ງຊ້າລົງຈາກການເຕີບໂຕ 4% ໃນເດືອນມິຖຸນາ.
Pasaxon · pasaxon.org.la ↗ເກັບກຳ · 2026-09-12ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 7 ກັນຍາ ຜ່ານມາວ່າ: ພະແນກການເງິນ ນະຄອນໂຮ່ຈິມິນ ລາຍງານວ່າ, ໃນ 8 ເດືອນຕົ້ນປີ 2026 ນະຄອນໂຮ່ຈິມິນ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) 10 ຕື້ກວ່າໂດລາ, ເທົ່າກັບ 91.5% ຂອງແຜນການໝົດປີ.
Pasaxon · pasaxon.org.la ↗ເກັບກຳ · 2026-09-12ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ກະຊວງການເງິນຍີ່ປຸ່ນເປີດເຜີຍວ່າ, ທຶນສຳຮອງເງິນຕາຕ່າງປະເທດໄດ້ຫຼຸດລົງ 79.5 ຕື້ໂດລາ ຫຼື 6.18% ຈາກເດືອນກໍລະກົດ ມາເປັນ 1.21 ພັນຕື້ໂດລາ ໃນທ້າຍເດືອນສິງຫາ. ນີ້ແມ່ນເດືອນທີ 4 ຕິດຕໍ່ກັນທີ່ຫຼຸດລົງ ແລະ ເປັນການຫຼຸດລົງທີ່ໃຫຍ່ທີ່ສຸດແບບບໍ່ເຄີຍມີມາກ່ອນ ທັງໃນດ້ານສັດສ່